ອາຊຽນ ປຶກສາຫາລືການຄຸ້ມຄອງໄພພິບັດທຳມະຊາດ
ຕາມຂ່າວຈາກວິທະຍຸສາກົນ ຫວຽດນາມ, ວັນທີ 9 ຕຸລາ ນີ້, ກອງປະຊຸມປະຈຳປີ ຄັ້ງທີ 43 ຂອງຄະນະກຳມະການອາຊຽນ ກ່ຽວກັບ
ການຄຸ້ມຄອງໄພພິບັດທຳມະຊາດຈັດຂຶ້ນຢູ່ນະຄອນຮາລອງ. ແຂວງກວາງນິງ ໂດຍມີຜູ້ຕາງໜ້າບັນດາປະເທດສະມາຊິກອາຊຽນ ພ້ອມດ້ວຍ
ບັນດາອົງການກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ແລະ ຮັບຮອງເອົາບາງເນື້ອໃນຕົ້ນຕໍ ກ່ຽວກັບການຜັນຂະຫຍາຍຄຳສັ່ງແນະນຳຂອງ
ການນຳຂັ້ນສູງທີ່ກ່ຽວຂ້ອງ; ແລກປ່ຽນ ເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີ ຮັບຮອງເອົາຖະແຫລງການ ຮາລອງ ກ່ຽວກັບການເພີ່ມ
ທະວີການກະທຳໄວ້ໃນການຄຸ້ມຄອງໄພພິບັດທຳມະຊາດ ຢູ່ ພາກພື້ນອາຊຽນ ແລະ ປຶກສາຫາລື ກ່ຽວກັບລະບຽບການດ້ານການເງິນ
ຂອງກອງທຶນຄຸ້ມຄອງໄພພິບັດທຳມະຊາດ.
ໃນໂອກາດນີ້, ທ່ານ ຫງວຽນ ຮ່ວາງຮຽບ. ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ກ່າວວ່າ:
ເມື່ອ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ. ບັນດາປະເທດ ອາຊຽນ ແລະ ຕີມໍແລັດສະເຕ (Timor Leste) ກໍມີຄວາມຄາດຫວັງ
ມີຫລາຍຂໍ້ລິເລີ່ມ ແລະ ການເຄື່ອນໄຫວທີ່ເທດເມາະຕົວຈິງກັບວຽກງານຄຸ້ມຄອງໄພພິບັດທຳມະຊາດຢູ່ ອາຊຽນ.
ນອກຈາກຖະແຫຼງການ ຮາລອງ ແລ້ວ. ກອງປະຊຸມຍັງມີບົດບັນທຶກຕີລາຄາຮ່າງອານຸສັນຍາຂອງແຕ່ລະຝ່າຍທີ່ເຂົ້າຮ່ວມວຽກງານຄຸ້ມ
ຄອງໄພພິບັດທຳມະຊາດ ແລະ ຮັບມືກັບສະພາບການດ່ວນ ອາຊຽນ. ບັນດາປະເທດ ອາຊຽນ ຈະພິຈາລະນາແຕ່ນີ້ຮອດປີ 2025 ກ່ຽວ
ກັບເຄື່ອນໄຫວໂດຍລະອຽດ ເພື່ອສົມທົບໃນການຫຼຸດຜ່ອນຄວາມສ່ຽງທາງດ້ານໄພພິບັດທຳມະຊາດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/10/2023